April 25th, 2008| | Post Category: ທົ່ວຯໄປ
Perfect exists.
Perfect is when you cannot add something to, or taking something out of….. Something. The perfect resides in you.
ນັ້ນແຫຼະ ຄວາມສົມບູນຄືຄວາມພຽງພໍໃຈຂອງສິ່ງທີ່ຕົນມີຢູ່.
Popularity: 42% [?]
March 27th, 2008| | Post Category: ທົ່ວຯໄປ
ສຳລັບຄົນທີ່ກຳລັງທໍ້ຖອຍກັບຊີວິດ ຂໍໃຫ້ອ່ານຈັກສອງສາມປະໂຫຍກລຸ່ມນີ້ເບິ່ງ.
“ຖ້າຫາກທ່ານມີອາຫານໄວ້ໃນຕູ້ເຢັນ ມີເຄື່ອງນຸ່ງຮົ່ມຄີງ ມີຫຼັງຄາຄຸມຫົວ ແລະມີໝອນຮອງຄໍ ທ່ານເປັນຄົນໜຶ່ງທີ່ໂຊກດີກ່ວາ 75% ຂອງຄົນທັງໝົດໃນໂລກ. “
Author Unknown.
“ເຮົາເກີດມາເພື່ອຮຽນຮູ້ບົດຮຽນ
ໂລກນີ້ແມ່ນຄູທີ່ກຳລັງສິດສອນເຮົາ
ເມື່ອເຮົາຫຼົ້ມເຫຼວໃນບົດຮຽນນີ້
ເຮົາກໍຈະຖືກໃຫ້ລຶ້ມຮຽນບົດເກົ່າ ຈົນກ່ວາເຮົາຈະເຂົ້າໃຈມັນແລະເສັງຜ່ານ
ເມື່ອເຮົາສຳນານໃນບົດຮຽນນີ້ແລ້ວ
ເຮົາກໍຍັງມີບົດຮຽນໜ້າທີ່ຖ້າເຮົາຮຽນຮູ້ມັນຢູ່
(ແລະ ບົດຮຽນຈະບໍ່ມີວັນສິ້ນສຸດ) “.
Author Unknown.
“ຄວາມຫາຍະນະ ຄວາມສູນເສຍ ບໍ່ໄດ້ເກີດຂື້ນເພື່ອໃຫ້ເຮົາໂສກເສົ້າເສຍໃຈ ມັນເກີດຂື້ນເພື່ອປ່ຽນຄວາມຄິດ ປ່ຽນທັດສະນະແລະ ປ່ຽນມຸມມອງຂອງເຮົາ” .
Author Unknown.
Popularity: 57% [?]
February 13th, 2008| | Post Category: Uncategorized
ຂອງຂວັນອັນນ້ອຍຯ ແທນຄວາມຮັກອັນຍິ່ງໃຫ່ຍ


ສຸກສັນວັນວາເລັນທາຍນ໌ ມື້ນີ້ເອົາຂອງຂວັນມາໃຫ້ເບິ່ງຫຼິ້ນ ທີ່ຈິງເຮັດແລ້ວຕັ້ງແຕ່ດົນແລ້ວປະມານສອງສາມມື້ ດອກໄມ້ທີ່ໃຊ້ປະດັບປະດາກໍໃຊ້ເວລາເຮັດຕັ້ງເກືອບສາມຊົ່ວໂມງ ເພາະວ່າບໍ່ເຄີຍມີປະສົບການດ້ານການພັບເຈ້ຍມາກ່ອນ:roll: ສ່ວນກ່ອງຊ໌ຈອກໂກແລດທ໌ບໍ່ໄດ້ເຮັດ ໄປຊື້ເອົາ
Popularity: 86% [?]
February 13th, 2008| | Post Category: Uncategorized
ໃກ້ຈະຮອດວັນແຫ່ງຄວາມຮັກແລ້ວ ບໍ່ຮູ້ວ່າມີຂອງຂວັນກັນລະບໍ່ນໍ້ ?
ໜື່ງໃນຂອງຂວັນທີ່ເປັນທີ່ນິຍົມຊົມຊອບໃນວັນແຫ່ງຄວາມຮັກນີ້ ກໍແມ່ນດອກກຸຫຼາບ ແຕ່ວ່າຈະໃຫ້ຈະດອກດີລະ ? ສຳລັບຜູ້ທີ່ຄິດຈະໃຫ້ດອກໄມ້ເປັນຂອງຂວັນ ແຕ່ບໍ່ຮູ້ວ່າຈະໃຫ້ຈັກດອກ ດຽວມາເບິ່ງຈຳນວນດອກວ່າມັນສື່ຄວາມໝາຍແນວໃດ
1 - ຮັກແຣກພົບ (ຂໍຢືມຄຳໄທມາໃຊ້)
2- ລໍຖ້າ
3- ຂ້ອຍຮັກເຈົ້າ
9- ຮັກຢ່າງຍາວນານ
10 - ຄົນຮັກທີ່ສົມບູນແບບ
11 - ຂ້ອຍເປັນຄົນທີ່ເຈົ້າປະທັບໃຈ
12- ໃຈຕໍ່ໃຈ
20- ຮັກເຈົ້າຕະຫຼອດໄປ
21- ຮັກເຈົ້າທີ່ສຸດ
22- ເຮົາຮັກກັນ
36- ເປັນຂອງເຈົ້າ
99- ຮັກເຈົ້າຈົນວັນຕາຍ
100- ອຸທິດແກ່ເຈົ້າ
101- ແຕ່ງງານກັບຂ້ອຍໄດ້ບໍ່
111- ຄວາມຮັກທີ່ຍືນຍົງ
365- ຮັກເຈົ້າທຸກຯວັນ
999- ຄວາມຮັກທີ່ໝັ້ນຍືນ
1001- ຮັກນິລັນດອນ
ຈາກ http://www.hkflorists.com/meaning-number.php
Popularity: 80% [?]
February 2nd, 2008| | Post Category: Uncategorized
ຫຼັງຈາກທີ່ທ່ານພະນົົມສິນໄດ້ນຳເລື້ອງສັ້ນທີ່ກ່ຽວກັບ ຄວາມຣັກຂອງແມ່ ມານຳສະເໜີ ຂ້າພະເຈົ້າກໍໄດ້ໄປພົບເລື້ອງໜຶ່ງທີມີເນື້ອໃນຄ້າຍຯກັນ ມາແປແລະເລົ່າສູ່ກັນຟັງ.
ເດັກນ້ອຍຜູ້ໜຶ່ງໄດ້ຍ່າງເຂົ້າໄປຫາມານດາຂອງຕົນ ທີ່ກຳລັງຈັດແຈງອາຫານສຳລັບຄາບແລງຢູ່ ແລະເດັກນ້ອຍຄົນນັ້ນກໍໄດ້ຍື່ນເຈ້ຍທີ່ລາວໄດ້ຂຽນໃບໜຶ່ງ ໃຫ້ມານດາຂອງລາວເບິ່ງ. ມານດາຂອງລາວຮີບຟ້າວລ້າງມື ແລ້ວອ່ານເຈ້ຍໃບນັ້ນ. ໃນເຈ້ຍຂຽນວ່າ:
ຄ່າຕັດຫຍ້າໜ້າບ້ານແລະຫຼັງບ້ານ $5.00
ຄ່າອະນາໄມຫ້ອງອາທິດນີ້ $1.00
ຄ່າໄປຊື້ເຄື່ອງໃຫ້ຢູ່ຮ້ານສັບພະສິນຄ້າ $0.50
ຄ່າເບິ່ງນ້ອງໃຫ້ຕອນທີ່ແມ່ອອກໄປນອກບ້ານ $0.25
ຄ່າເອົາຂີ້ເຫຍື້ອອອກໄປນອກບ້ານ $1.00
ຄ່າໄດ້ຜົນການຮຽນດີ $5.00
ຄ່າກວາດຂີ້ເຫຍື້ອເດີ່ນບ້ານ $2.00
ຕິດໜີ້ລວມທັງໝົດ $14.75
ມານດາຄົນນັ້ນເຫຼືອບເບິ່ງລູກຂອງລາວໃນຂະນະທີ່ກຳລັງພວມອ່ານ ແລ້ວລາວກໍຈັບເຈ້ຍໃບນັ້ນມາແລ້ວຂຽນໃສ່ທາງຫຼັງວ່າ:
ສຳລັບ 9ເດືອນທີ່ແມ່ໄດ້ຖະນຸຖະໜອມລູກໃນຕອນທີ່ລູກຢູ່ໃນທ້ອງແມ່,
ສຳລັບທຸກຯຄວາມພະຍາຍາມ ແລະ ທຸກຯຍອດນ້ຳຕາທີ່ລູກເປັນຕົ້ນເຫດ,
ສຳລັບທຸກຯຄືນທີ່ແມ່ຫວັ່ນໃຈແລະທຸກຯຄວາມເປັນຫ່ວງທີ່ແມ່ໄດ້ໃຫ້ກັບລູກ,
ສຳລັບເຄື່ອງຫຼິ້ນ ເຄື່ອງນຸ່ງ ຫຼືແມ້ກະທັ້ງເຊັດກົ້ນ ເຊັດນ້ຳມູກໃຫ້ລູກ,
ລູກເອີຍ ທັງໝົດທີ່ແມ່ໄດ້ຂຽນນັ້ນ ແມ່ຄິດໄລ່ຄ່າຄວາມຮັກທັງໝົດ $0.00
ຫຼັງຈາກທີ່ເດັກນ້ອຍຄົນນັ້ນໄດ້ອ່ານຈົບ ດວງຕາທັງສອງຂ້າງຂອງລາວໄດ້ຖືກນ້ຳຕາຖ້ວມຈົນປຽກ ລາວຫຼຽວໄປເບິ່ງມານດາຂອງລາວອີກຄັ້ງ ແລະ ເວົ້າວ່າ “ແມ່, ລູກຮັກແມ່.” ຫຼັງຈາກນັ້ນລາວກໍຈັບປາກກາຂຶ້ນມາແລ້ວເປັນຂຽນຕົວໜັງສືໃຫຍ່ຯໃສ່ເຈ້ຍໃບນັ້ນວ່າ: “ຈ່າຍແລ້ວໃນລາຄາເຕັມ”
ສະບັບເປັນພາສາອັງກິດແມ່ນຢູ່ທີ່ http://www.inspireme.net/inspirational-stories/mothers_love.htm
Popularity: 89% [?]